ຫວຽດນາມ ແລະ ລາວ ໄດ້ແຊ້ມ ອັດຕາສ່ວນຄົນສູບຢາຫຼາຍທີ່ສຸດ ໃນປະເທດອາຊຽນ!

Share:

ກອງ​ປະຊຸມ​ບັນລຸ​ເປົ້າ​ໝາຍພັດທະນາ​ແບບ​ຍືນ​ຍົງ ພາຍ​ໃຕ້ການຈັດຕັ້ງ​ປະຕິບັດ​ສົນທິສັນຍາສາກົນ ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ ຈັດ​ຂຶ້ນ​ວັນ​ທີ 26 ພຶດສະພາ 2017 ທີ່​ໂຮງແຮມ​ລາວ​ພລາ​ຊາ ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ບຸນກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ແລະ ທ່ານ Dapeng LUO ຮັກສາການ​ຜູ້ຕາງໜ້າ​ອົງການ​ອະ​ນາໄມ​ໂລກ​ປະຈຳ​ລາວ ມີ​ຫົວໜ້າ ຮອງ​ຫົວໜ້າ​ຫ້ອງການ ຫົວໜ້າກົມ ຮອງ​ກົມ ບັນດາ​ຄູ່​ຮ່ວມ​ພັດທະ​ນາ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ກອງ ສີ​ຫາ​ວົງ ກ່າວວ່າ: ວັນ​ທີ 31 ພຶດສະພາຂອງແຕ່​ລະ​ປີ ເປັນ​ວັນ​ງົດ​ຢາສູບ​ໂລກ ເຊິ່ງ​ປີ​ນີ້ ຄົບຮອບ 29 ປີ ແລະ ວັນ​ງົດ​ຢາສູບ​ແຫ່ງ​ຊາດ​ລາວ ຄົບຮອບ 8 ປີ ໃນ​ແຕ່​ລະ​ປີ ​ຂະແໜງການ​ກ່ຽວຂ້ອງ​ໄດ້​ພ້ອມ​ກັນ​ສະເຫຼີມ​ສະຫຼອງ​ວັນ​ດັ່ງກ່າວ ສຳລັບປີ​ນີ້ ແມ່ນ​ສະເຫຼີມສະຫຼອງ​ພາຍໃຕ້​ຄຳ​ຂວັນ​ທີ່​ວ່າ “ຢາສູບ​ເປັນ​ໄພຂົມ​ຂູ່​ຕໍ່​ການ​ພັດທະນາ” ຄຳ​ຂວັນດັ່ງກ່າວ​ ມັນ​ສະທ້ອນ​ໃຫ້​ເຫັນ​ອັນຕະ​ລາຍ​ຂອງ​ຢາສູບ ການ​ສູດ​ດົມເອົາ​ຄວັນ​ຢາສູບ ພ້ອມ​ນີ້ຍັງ​ເປັນການ​ປຸກລະດົມ​ໃຫ້​ສັງຄົມ​ຮັບ​ຮູ້ວ່າ ການ​ຄວບ​ຄຸມ​ຢາສູບ​ເປັນ​ພາລະ ແລະ ໜ້າທີ່​ຂອງ​ໝົດ​ທຸກ​ຄົນໃນ​ທົ່ວ​ສັງຄົມ ໃນ​ແຕ່​ລະ​ປີ ​ຈະ​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ຈາກ​ຢາສູບ​ເຖິງ 6 ລ້ານ​ຄົນໃນ​ທົ່ວ​ໂລກ ແລະ ຈະເພີ່ມ​ຂຶ້ນ 10 ລ້ານ​ຄົນ​ຕໍ່​ປີ ພາຍໃນ​ປີ 2030 ໃນ​ນີ້ ຢູ່​ລາວ​ກໍ່​ມີ​ອັດຕາ​ການ​ສູບຢາ​ເຖິງ 8 ແສນ​ກວ່າຄົນ ຫຼື ປະມານ 27,9% ຂອງຜູ້​ທີ່​ມີ​ອາຍຸ 15 ປີ​ຂຶ້ນ​ໄປ ເມື່ອ​ທຽບໃສ່​ປະຊາກອນ​ແລ້ວ ແມ່ນ​ເປັນອັນ​ດັບ 2 ຂອງ​ອາ​ຊຽນ ຮອງຈາກຫວຽດນາມແລະ ມີ​ຜູ້ເສຍ​ຊີວິດ​ປະມານ 4.387 ຄົນຕໍ່​ປີ ຫຼື​ປະມານ 13 ຄົນ​ຕໍ່​ມື້.



ເຖິງ​ແມ່ນ​ວ່າ ​ສປປ ລາວ ຈະ​ໄດ້​ເຂົ້າ​ເປັນ​ພາຄີ​ສົນທິສັນຍາສາກົນ ວ່າ​ດ້ວຍ​ການ​ຄວບ​ຄຸມຢາສູບ​ມາ​ໄດ້ 11 ປີ ແລະ ກົດໝາຍວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ ປະກາດ​ໃຊ້​ຢ່າງ​ເປັນ​ທາງການ​ມາ​ແລ້ວ 8 ປີ ແຕ່​ການຈັດ​ຕັ້ງ​ປະຕິບັດ ແລະ ການ​ບັງຄັບໃຊ້​ກົດໝາຍ​ດັ່ງກ່າວ ​ຍັງ​ບໍ່​ທັນ​ເຮັດ​ໄດ້​ດີ ໂດຍ​ສະເພາະແມ່ນ​ການປະຕິບັດ​ເຂດ​ປອດ​ຄວັນ​ຢາສູບ ການ​ຈັດ​ເກັບ​ເງິນ​ເຂົ້າ​ກອງ​ທຶນຄວບ​ຄຸມ​ຢາສູບ ມາດ​ຕະການ ແລະ ອື່ນໆ.

 

ไม่มีความคิดเห็น