ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967-8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຮົາ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2017).
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ:ການເປັນສະມາຊິກອາຊຽນ ຕະຫຼອດໄລຍະສອງທົດສະວັດຜ່ານມາ ໄດ້ນຳຜົນປະໂຫຍດມາສູ່ ສປປ ລາວ ຫຼາຍດ້ານເຊັ່ນ:
1.) ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ສູງເດັ່ນຂຶ້ນ;
2.) ພວກເຮົາ ໄດ້ປະກອບສ່ວນສ້າງສະພາບແວດລ້ອມ ພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ໄດ້ມີສ່ວນຮ່ວມອັນສຳຄັນ ໃນການກຳນົດຫຼັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ;
3.) ຕະຫຼອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຫລາຍດ້ານ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ໄດ້ສຳເລັດ;
4.) ພວກເຮົາ ໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດເຂົ້າເຖິງຕະຫຼາດສາກົນຫຼາຍຂຶ້ນ ໂດຍຜ່ານເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີ ໃນຂອບການເປັນຄູ່ຮ່ວມເສດຖະກິດ ແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້;
5.) ພວກເຮົາ ໄດ້ປັບປຸງນິຕິກຳ ແລະ ລະບຽບພາຍໃນຂອງຕົນ ຊຶ່ງໄດ້ອຳນວຍຄວາມສະດວກ ເຮັດໃຫ້ບໍລິມາດການຄ້າ ແລະ ການລົງທຶນ ໃນ ສປປ ລາວ ເພີ່ມຂຶ້ນ;
6.) ການໄປມາຫາສູ່ກັນຂອງປະຊາຊົນ ມີຄວາມສະດວກຫຼາຍຂຶ້ນ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ເປັນຈຳນວນຫຼວງຫຼາຍ;
7.) ວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ; ແລະ
8.) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ไม่มีความคิดเห็น