ເງິນກີບ ປະເທດລາວ ໄລຍະປີ 1968-1979 The Pathet-Lao Banknotes - 1968-1979

Share:


ເງິນກີບ ປະເທດລາວ ໄລຍະປີ 1968-1979
The Pathet-Lao Banknotes - 1968-1979

ໃນຊຸມປີ 1960, ປະເທດລາວ ໄດ້ນຳໃຊ້ ສະແຕມ ແລະ ເງິນ ເພື່ອໃຊ້ໃນເຂດປົກຄອງຂອງຕົນ. ເງິນທີ່ນຳໃຊ້ເພື່ອຈຸດປະສົງໃຫ້ຮູ້ເຖິງ ຄວາມເປັນ ເອກະລາດ ແລະ ບໍ່ຂຶ້ນກັບ ລາຊະອານາຈັກລາວ. ເງິນນີ້ແມ່ນຖືກຜະລິດ ທີ່ ຊຽງໄຮ້ ສປ ຈີນ, ເຊິ່ງເງິນຂອງ ຫວຽດນາມ, ມົງໂກເລຍ, ກຸຍບ່າ, ກຳປູເຈ່ຍ ກໍ່ຖືກຜະລິດພີມ ຢູ່ທີນີ້ເຊັ່ນກັນ. ເງິນຂອງປະເທດລາວ ແມ່ນຖືກຜະລິດ ພີມໃນເດືອນ ເມສາ 1968 ແລະ ຖືກນຳໃຊ້ໃນເຂດປົກຄອງຂອງຝ່າຍປະເທດລາວ.



During the 1960's, the Pathet-Lao issued stamps and banknotes for use in its control zones. The banknotes issue was an act that aimed to express independence and disengagement from the Kingdom of Laos. The banknotes were printed in Shanghai, People's Republic of China, where the banknotes of Vietnam, Mongolia, Cuba and Cambodia were also printed. The Pathet Lao banknotes were printed in April 1968 and distributed in the Pathet Lao control zones.



ເງິນກີບ ປະເທດລາວ 7 ແບບ ປະກອບມີ ໃບ 1 ກີບ, 10 ກີບ, 20 ກີບ, 50 ກີບ, 200 ກີບ ແລະ 500 ກີບ. ເຊິ່ງຮູບແບບຂອງເງິນແມ່ນ ສະແດງໃຫ້ເຫັນ ໃນແບບສັງຄົມນິຍົມ ເຊັ່ນວ່າ ໂຮງໝໍ, ກຳມະກອນໂຮງງານ ທີ່ເຮັດວຽກ ໃນເຂດຂອງ ຝ່າຍປະເທດລາວ, ຊາວນາທີ່ກຳລັງເຮັດວຽກຢູ່ຕາມທົ່ງໄຮ່ທົ່ງນາ ແລະ ຊາວປະມົງ. ນອກນີ້ບາງ ອັນຍັງສະແດງໃຫ້ເຫັນຮ່ອງຮອຍສົງຄາມ ເຊັ່ນວ່າ ນັກຕໍ່ສູ້ທີ່ເປັນຕົວແທນຂອງຝ່າຍປະເທດລາວ ໃນໃບ 10 ກີບ, ທະຫານລໍາລຽງລູກປືນ ໃນໃບ 200 ກີບ ແລະ ນັກຕໍ່ສູ້ຍິງຍົນ ອາເມລິກາ ທີ່ຊຽງຂວາງ ໃນໃບ 500 ກີບ.



Seven banknotes were printed with denominations of 1, 10, 20, 50, 200 and 500 Kip (CN 19A-24). All of the banknotes represent Socialist themes such as clinics, factories workers in the Pathet-Lao controlled zones, farmers in the fields and fishermen. Some of them depict war views such as Pathet Lao fighters preparing a Bamboo ambush (10 Kip), armed fighters carrying ammunition (200 Kip) and fighters shooting USA Force aircraft in Xieng Khouang (500 Kip).
 


ເງິນແມ່ນມີການອອກແບບທີ່ຄ້າຍກັນຄື ມີ ສັນຍາລັກຂອງລາວ, ສ່ວນວ່າ ສັນຍາລັກຊ້າງສາມຫົວ ທີ່ເປັນສັນຍາລັກຂອງ ລາຊະອານາຈັກລາວນັ້ນແມ່ນບໍ່ໄດ້ມີໃນເງິນຂອງ ປະເທດລາວ. ຕົວອັກສອນທີ່ຂຽນ ມີແຕ່ພາສາລາວ ໂດຍບໍ່ມີພາສາຝຣັ່ງ, ເຊິ່ງຈະຕ່າງຈາກ ເງິນຂອງ ລາຊະອານາຈັກລາວ. ມີຄຳຂວັນຂອງປະເທດລາວ ທີ່ຕໍ່ມາໄດ້ກາຍເປັນ ຄຳຂວັນຂອງ ສປປລາວ ທີ່ໄດ້ຂຽນວ່າ່ ລາວ:  ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເປັນກາງ,​ ວັດທະນາຖາວອນ!. ດ້ານຫຼັງຂອງເງິນ ພວກເຮົາຈະເຫັນ:​ ຄະນະກຳມະການສູນກາງແນວລາວຮັກຊາດ.


The banknotes have common designs that include Lao embroidery. The Kingdom emblems, such as the three headed elephant, are not represented on the Pathet Lao banknotes. The inscription is written only in Lao only without French, unlike the Kingdom of Laos banknotes. The Pathet Lao slogan, that became later the Lao PDR slogan, is written on the front: Laos: Peace, Independent, Democracy, Neutrality, Longevity. On the back we find: The Lao Central National Committee.



ໃນວັນທີ 15 ມິຖຸນາ 1976, ເງິນກີບ ລາຊະອານາຈັກລາວ ໄດ້ຖືກຖອນອອກ ຈາກການຈາລະຈອນໃນ ຕະຫຼາດ ແລະ ເງິນກີບ ປະເທດລາວ ໄດ້ຖືກນຳໃຊ້ແທນ ແລະ ເປັນເງິນຖືກກົດໝາຍ ທີ່ຖືກນຳໃຊ້. ເງິນກີບ ປະເທດລາວ 1 ກີບ ແລກໄດ້ ເງິນ 10 ກີບເງິນ ລາຊະອານາຈັກ ລາວ.  ໃນປີ 1979, ເງິນກີບ ປະເທດລາວ ກໍ່ໄດ້ຖືກຖອນ ອອກຈາກການນຳໃຊ້ ແລະ ຖືກແທນ ໂດຍເງິນຂອງ ສປປ ລາວ ທີ່ຖືກພີມ ແລະ ແຈກຢາຍນຳໃຊ້ ຈົນເຖິງປະຈຸບັນ.



On June 15, 1976, the Kingdom of Laos banknotes were withdrawn from circulation and the Pathet-Lao banknotes became the only legal banknotes in use. The new currency was introduced at an exchange rate of one Pathet-Lao Kip to 10 Royal Kip. In 1979, the Pathet-Lao banknotes were withdrawn from circulation and new Lao PDR banknotes were printed and distributed to the public.

ທີ່ມາ: ຮູບພາບເກົ່າໆ - Lao Old Photos

ไม่มีความคิดเห็น