ບໍ່ແກ້ວ ຈະເປີດປີທ່ອງທ່ຽວລາວ ໃນເທດສະການ ດອກງິ້ວບານ

Share:

ເທດສະການດອກງິ້ວບານ ແຂວງບໍ່ແກ້ວ ເປັນເຫດການທີ່ມີ ຄວາມໝາຍສຳຄັນ ທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມ ຂອງດອນຊາວ ດິນແດນ ແຫ່ງສາມຫລ່ຽມຄຳ ທີ່ມີຊື່ສຽງມາແຕ່ດົນນານ ແລະ ໃນໂອກາດ ເປີດປີທ່ອງທ່ຽວລາວ 2018 ນີ້ ຢູ່ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນ ພ້ອມກັບເທດສະການ ດອກງິ້ວບານ ໂດຍຈະເລີ່ມແຕ່ວັນທີ 23 ທັນວາ 2017 ເຖິງ 29 ມັງກອນ 2018.




ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນທ້າຍອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ ປີ 2018 ນີ້, ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດເອົາ ເທດສະການດອກງິ້ວບານ ເຂົ້າຢູ່ໃນກິດຈະກຳ ປີທ່ອງທ່ຽວ ເຊິ່ງຈະເປັນກາລະໂອກາດອັນດີ ທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບ ການຈັດເທດສະການດອກງິ້ວບານ ແລະ ງານເທດສະການຕ່າງໆ ໃຫ້ກາຍເປັນປະເພນີ ທີ່ເປັນເອກະລັກສະເພາະ ຂອງປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ. ພ້ອມນີ້ ຍັງເປັນການ ໂຄສະນາເຜີຍແຜ່ແນວທາງ ການສົົ່ງເສີມການທ່ອງທ່ຽວຂອງແຂວງ ໃຫ້ມີການຂະຫຍາຍຕົວ ຢ່າງແຂງແຮງ, ຊຸກຍູ້ສົ່ງເສີມ ການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ຄຽງຄູ່ກັບການສ້າງ ຄວາມປະທັບໃຈ ແລະ ສິ່ງອໍານວຍຄວາມສະດວກ ໃນດ້ານຕ່າງໆ ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ແລະ ນັກລົງທຶນ ໃຫ້ເຂົ້າມາທ່ອງທ່ຽວ ແລະ ລົງທຶນພັດທະນາແຂວງບໍ່ແກ້ວ ໄປຕາມທິດຍືນຍົງ ແລະ ສີຂຽວ ໃຫ້ກາຍເປັນຮູບປະທໍາ ຢ່າງແທ້ຈິງ.



ເທດສະການ ດອກງິ້ວບານ ຄັ້ງທີ 18 ເປັນກິດຈະກໍາໜຶ່ງ ໃນປີທ່ອງທ່ຽວລາວ 2018 ຄາດວ່າຈະຈັດ ໃຫ້ມີຄວາມຄຶກຄື້ນ ກວ່າທຸກໆປີ, ໂດຍຈະເຊີນແຂກ ການນຳລະດັບສູງຈາກສູນກາງ, ຕ່າງແຂວງ, ຕ່າງປະເທດ ເປັນຕົ້ນແຂວງເຊີນລາ, ດຽນບຽນ ສສ ຫວຽດນາມ, ແຂວງຢູນນານ, ກິ່ງແຂວງສິບສອງພັນນາ ສປ ຈີນ, ຈັງຫວັດຊຽງຣາຍ, ຊຽງໃໝ່ ປະເທດໄທ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນມາ ມາຮ່ວມງານ ແລະ ຈະຈັດໃຫ້ມີຫລາຍກິດຈະກຳ ເຊັ່ນ: ງານວາງສະແດງ-ຈໍາໜ່າຍສິນຄ້າ, ວາງສະແດງຜົນງານ ແລະ ປະກວດອາຫານ, ປະກວດນາງສາວດອກງິ້ວບານ, ຍ່າງສະແດງ ການແຕ່ງກາຍ (ຍິງ-ຊາຍ) ຂອງ 13 ຊົນເຜົ່າ, ສະແດງສິລະປະວັນນະຄະດີ, ແຂ່ງຂັນກິລາເປຕັງ ຊີງຂັນປະທານສະພາແຫ່ງຊາດ ຄັ້ງທີ VIII, ແຂ່ງຂັນກິລາພື້ນເມືອງ, ກິລາມວຍ (ລາວ-ໄທ-ຈີນ) ແລະ ກິລາແຂ່ງ ຂັນລົດຖີບ, ຈັດເວທີພົບປະລະຫວ່າງ ຜູ້ປະກອບການທາງດ້ານ ທຸລະກິດພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ພ້ອມທັງຈັດລາຍການນຳທ່ຽວ ໃນສະຖານທີ່ທ່ອງທ່ຽວ ຕ່າງໆຂອງແຂວງ.


ไม่มีความคิดเห็น